ເວລາທີ່ເຫມາະສົມທີ່ສຸດໃນການລົງທຶນຢູ່ລາວ

ປະເທດລຸ່ມແມ່ນໍ້າຂອງລວມມີ: ລາວ, ຫວຽດນາມ, ມຽນມ້າ, ໄທ, ກໍາປູເຈຍ ແລະ ແຂວງວິນນານປະເທດຈີນ. ມີເນື້ອທີ່ 2,300,000 km2, ມີປະຊາກອນ 2.25 ລ້ານຄົນ, ໃນປີ 2000 GDP ຂອງແຕ່ລະເທດລຸ່ມແມ່ນໍ້າຂອງປະມານ 2950 ລ້ານໂດລາສະຫະລັດ, GNP ສະເລ່ຍແມ່ນລະຫວ່າງ 250-3100 ລ້ານໂດລາສະຫະລັດ, ນອກຈາກນີ້ແລ້ວ, ບັນດາປະ ເທດລຸ່ມແມ່ນໍ້າຂອງກໍ່ຍັງອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ

ການພັດທະນາຄວາມຮ່ວມມືໃນປະເທດລຸ່ມແມ່ນໍ້າຂອງໄດ້ສ້າງຕັ້ງຂຶ້ນໃນປີ 1991 ແລະ ໃນປີ 1992 ເນື່ອງຈາກໄດ້ຮັບການຊ່ວຍເຫລືອຈາກ ADB ເຊິ່ງຈະເຮັດໃຫ້ ທຸກປະເທດໃນພູມິພາກໄດ້ມີສ່ວນຮ່ວມຮ່ວມກັນ, ADB ຍັງໄດ້ເຫັນຄວາມສໍາຄັນຂອງການຈະລາຈອນ, ການຂົນສົ່ງ, ການສື່ສານ, ພະລັງງານ ແລະ ສິ່ງແວດລ້ອມ ໃຫ້ມີການພັດທະນາຊັບພະຍາກອນມະນຸດ. ກະຊວງ ການຄ້າ, ການລົງທຶນ, ການທອ່ງທ່ຽວ ແລະ ບັນດາ 7 ກະຊວງຫຼັກໄດ້ເຫັນຄວາມສໍາຄັນໃນການ ພັດທະນາໂຄງການ, ເພື່ອສົ່ງເສີມຄວາມຮ່ວມມືທາງດ້ານເສດຖະກິດຂອງບັນດາປະເທດໃນພູມມີພາກ.

ຜົນດີຂອງທີ່ຕັ້ງຂອງປະເທດລາວແມ່ນນອນຢູ່ສູນກາງການບໍລິການ ແລະ ການຂົນສົ່ງໃນ ພູມມິພາກ
ຄວາມສໍາຄັນຂອງການເປັນສູນກາງການບໍລິການ ແລະ ການຂົນສົ່ງ
ສ້າງຄວາມເຂົ້າໃຈກ່ຽວກັບສູນກາງການບໍລິການ ແລະ ການຂົນສົ່ງໃຫ້ກາຍເປັນຮູບແບບຂອງສິນຄ້າ ເສດຖະກິດ, ເພື່ອຕອບສະໜອງຄວາມຕ້ອງການ ແລະ ຄວາມສະດວກສະບາຍໃນການຂົນສົ່ງຜູ້ບໍລິໂພກຈໍານວນຫຼຼວງຫຼາຍຂອງປະເທດ.
ບົດບາດຂອງສູນກາງພູມມີພາກ
ປະເທດລາວນອນຢູ່ໃຈກາງຂອງປະເທດອາຊີຕາເວັນອອກສ່ຽງໃຕ້, ເປັນຈຸດຍຸດທະສາດທີ່ສໍາຄັນ ແລະ ເປັນຈຸດຜ່ານຂອງບັນດາປະເທດໃນພູມມີພາກ. ເພື່ອເປັນການຮອງຮັບເສັ້ນທາງໃໝ່ຂອງການຮ່ວມມືໃນລະດັບພາກພື້ນ.

ດັດຊະນີອັດຕາການບໍລິໂພກ ແລະ GDP ຂອງລາວ
ໃນປີ 2006 – 2010 ອັດຕາການເຕີບໂຕ CPI ຂອງລາວປະມານ 4,1%, ແຕ່ວ່າການເຕີບໂຕ CPI ຂອງແຕ່ລະປີຈະມີການເໜັງຕີງຈະແຈ້ງກວ່າ GDP ແລະ GNI. ໃນປີ 2008 – 2010, ສະເພາະປີ 2008 ອັດຕາການເຕີບໂຕຂອງ CPI ສູງເຖິງ 6,8%, ໃນປີ 2009 – 2010 ອັດຕາການເຕີບໂຕສູງຂຶ້ນ 5%.ດັດຊະນີການເຕີບໂຕຢ່າງຕໍ່ເນື່ອງຂອງ GDP ແລະ ການບໍລິໂພກ ອັດຕາການເຕີບໂຕ CPI ແມ່ນ ກະໂດດຂື້ນຢ່າງໄວວາ. ອັດຕາເງິນເຟີ້ແມ່ນຈະແຈ້ງຫລາຍຂື້ນ.

GDP ຂອງປະເທດລາວ / ຄົນ
ໄລຍະ 10 ປີຜ່ານມາ, ເສດຖະກິດ ແລະ ປະຊາກອນຂອງລາວແມ່ນມີການຂະຫຍາຍຕົວແບບ ຄົງທີ່ ແລະ ອັດຕາ GDP ແມ່ນຄ່ອຍໆເພີ່ມຂຶ້ນໃນແຕ່ລະປີ.

ໂອກາດ:

ການພັດທະນາໃນໄລຍະ 35 ປີຜ່ານມາ, ການເມືອງລາວມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ, ປະຊາຊົນມີຄວາມສາມັກຄີ, ຫລັງຈາກປົດປ່ອຍປະເທດເຮົາຍິ່ງມີຄວາມແຂງແກ່ນຂຶ້ນ, ເສດຖະກິດໄດ້ມີການຂະຫຍາຍຕົວຢ່າງວ່່ອງໄວ ແລະ ໝັ້ນຄົງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ປະຊາກອນຢູ່ເຢັນເປັນສຸກ ແລະ ບໍ່ມີຄວາມຂັດແຍ້ງທາງດ້ານສາດສະໜາ, ສິ່ງເຫລົ່ານັ້ນມັນເປັນຜົນດີໃຫ້ແກ່ຊາວຕ່າງຊາດໃນການລົງທຶນເພືື່ອເຮັດໃຫ້ສະພາບການດຳເນີນການລົງທຶນມີປະສິດທິພາບ.
ເສດຖະກິດມີການຂະຫຍາຍຕົວສູງກວ່າ 7%, ນອກຈາກນີ້ແຕ່ ລະປີຍັງໄດ້ຮັບການຊ່ວຍເຫລືອຈາກປະເທດອື່ນ, ພື້ນຖານການກໍ່ສ້າງ ແລະ ການລົງທຶນໂຄງການພາຍໃນປະເທດມີການເພີ່ມຂຶ້ນ. ລັດຖະບານລາວກຳລັງປະຕິບັດຕາມແຜນຍຸດທະສາດຂອງ “ ສູນກາງການບໍລິການການຂົນສົ່ງປະເທດລຸ່ມແມ່ນໍ້າຂອງ”, ໂຄງສ້າງເສດຖະກິດ ແມ່ນກໍາລັງຫັນຈາກກະສິກຳເປັນອຸດສາຫະກຳ. ເພື່ອເຮັດໃຫ້ການລົງທຶນເປັນທີ່ນິຍົມ ແລະ ເຮັດ ໃຫ້ບັນດານັກລົງທຶນໄດ້ຮັບໂອກາດໃນການພັດທະນາທີ່ບໍ່ເຄີຍມີມາກ່ອນ.ເສດຖະກິດໄດ້ມີການຂະຫຍາຍຕົວຢ່າງວ່່ອງໄວ ແລະ ໝັ້ນຄົງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນນ, ປະຊາກອນຢູ່ເຢັນເປັນສຸກ ແລະ ບໍ່ມີຄວາມຂັດແຍ້ງທາງດ້ານສາດສະໜາ, ສິ່ງເຫລົ່ານັ້ນມັນເປັນຜົນດີໃຫ້ເແກ່ຊາວຕ່າງຊາດໃນການລົງທຶນເພືື່ອເຮັດໃຫ້ສະພາບການດຳເນີນການລົງທຶນມີປະສິດທິພາບ.