ເສດຖະກິດໂລກ

ຂະນະທີ່ ສປປ ລາວເຮົາກໍ່ໄດ້ຮັບຜົນກະທົບຈາກບັນຫາດັ່ງກ່າວບໍ່ຫນ້ອຍເຊິ່ງໃນ 6ເດືອນ ຂອງສົກງົບປະມານປະຈຸບັນເຖິງວ່າເສດຖະກິດໂດຍລວມຂອງປະເທດສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ແຕ່ບໍ່ບັນລຸໄດ້ຕາມຄາດຫມາຍທີ່ວາງໄວ້ ໂດຍລວມຍອດຜະລິດຕະພັນພາຍໃນ ຫລື ຈີດີພີເພີ່ມຂຶ້ນ 7,9%. ໃນຂະນະທີ່ລັດຖະບານວາງຄາດຫມາຍສູ້ຊົນໃຫ້ເສດຖະກິດຂະຫຍາຍ ຕົວໃນລະດັບ 8%. ຢ່າງໃດກໍ່ຕາມຕົວເລກດັ່ງກ່າວຖືເປັນອັດຕາສູງຖ້າທຽບໃສ່ສະພາວະເສດ ຖະກິດຖົດຖອຍທີ່ເກີດຂຶ້ນຢູ່ຫລາຍປະເທດໃນໂລກ; ຂະນະທີ່ອັດຕາເງິນເຟີ້ໃນໄລຍະ 6ເດືອນ ຜ່ານມາຢູ່ໃນລະດັບ 6,2% (ຄາດຫມາຍທີ່ວາງໄວ້ 6%).

ອີງຕາມການຖະແຫລງ ຂອງຫົວຫນ້າຄະນະເລຂາທິການລັດຖະບານ ເມື່ອກາງເດືອນພຶດ ສະພາ 2008 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາ ແລະ ງົບປະມານໃນ 6 ເດືອນ ສົກປີ 2007-2008 ໄດ້ບັນລຸຜົນໃນຫລາຍດ້ານ. ໃນນັ້ນ ເສດຖະກິດແຫ່ງຊາດຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນຫລືຈີດີພີ ເພີ່ມຂຶ້ນ 7,9% (ຄາດຫມາຍທີ່ວາງ ໄວ້ 8%). ສະເລ່ຍຕໍ່ຫົວຄົນບັນລຸໄດ້ 7,47 ລ້ານກີບ(ແຜນການທີ່ຄາດ ໄວ້ 7,28 ລ້ານກີບ).

ສ່ວນສະພາບດ້ານການເງິນໃນໄລຍະຜ່ານມາມີການເຫນັງຕີງເປັນບາງໄລຍະ ແຕ່ກໍ່ຍັງຢູ່ ໃນລະດັບແຂງ ເມື່ອທຽບໃສ່ເງິນບາດ ແລະໂດລາໂດຍອັດຕາເງິນເຟີ້ໃນ 6 ເດືອນມີປະມານ 6,26% ແຕ່ເງິນກີບແຂງຄ່າຂຶ້ນເມື່ອທຽບໃສ່ເງິນໂດລາ ແລະ ເງິນບາດ; ເງິນຄັງສຳຮອງເງິນ ຕາຕ່າງປະເທດ ສາມາດກຸ້ມການນຳເຂົ້າເຖິງ 7 ເດືອນ ເຊິ່ງເປັນລະດັບສູງສຸດ ທີ່ບໍ່ເຄີຍມີມາ ກ່ອນ ຂະນະທີ່ການປະຕິບັດກໍ່ໄດ້ດີຫລາຍດ້ານ. ດ້ານການສົ່ງອອກສິນຄ້າຂອງປະເທດ ກໍ່ສືບ ຕໍ່ເພີ່ມຂຶ້ນໂດຍສາມາດປະຕິບັດໄດ້ 52% ຂອງແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານ ມາເພີ່ມຂຶ້ນ 14%.

ສຳລັບ 6 ເດືອນທ້າຍປີ ລັດຖະບານຈະສູ້ຊົນເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາ ແລະ ແຜນງົບປະມານບັນລຸໄດ້ຕາມຄາດຫມາຍທີ່ວາງໄວ້ຄື: ໃຫ້ລວມຍອດຜະລິດຕະພັນພາຍ ໃນ ຫລື ຈີດີພີ ເພີ່ມຂຶ້ນ 8%, ສະເພາະຂະແຫນງກະສິກຳ-ປ່າໄມ້ ໃຫ້ເພີ່ມຂຶ້ນ ບໍ່ຫລຸດ 3% (ການຜະລິດເຂົ້າບໍ່ໃຫ້ຫລຸດ 2,87 ລ້ານໂຕນ) ແລະ ຂະແຫນງອຸດສາຫະກຳສູ້ຊົນໃຫ້ເພີ່ມຂຶ້ນ 15,8%.

ຈຳກັດອັດຕາເງິນເຟີ້ ສະເລ່ຍຫມົດປີໃຫ້ຢູ່ໃນລະດັບ 6%, ອັດຕາແລກປ່ຽນເງິນຕາໃຫ້ມີ ຄວາມສະຫງົບ, ລາຍຮັບງົບປະມານຫມົດປີທັງລາຍຮັບແລະລາຍຈ່າຍໃຫ້ໄດ້ຕາມຄາດຫມາຍ ຫລືລື່ນຄາດຫມາຍ, ອັດຕາການຂາດດຸນການຄ້າຕ່າງປະເທດໃຫ້ຢູ່ໃນລະດັບບໍ່ເກີນ 5%ຂອງ ຈີດີພີ.

ເພື່ອໃຫ້ແຜນພັດທະນາເສດຖະກິດ-ສັງຄົມ ໃນ 6 ເດືອນທ້າຍປີນີ້ ບັນລຸຜົນລັດຖະບານ ໄດ້ວາງ 3 ຈຸດສຸມໃສ່ຄື: ຊຸກຍູ້ແຮງການຜະລິດ ແລະການບໍລິການເພື່ອຮັບປະກັນໃຫ້ເສດຖະ ກິດສືບຕໍ່ເຕີບໂຕໄວ ລວມຍອດຜະລິດຕະພັນພາຍໃນຫມົດປີ ໃຫ້ເພີ່ມຂຶ້ນ 8%. ວຽກງານຈຸດ ສຸມທີ່ສອງແມ່ນສູ້ຊົນຮັບປະກັນສະຖຽນລະພາບ ທາງດ້ານເສດຖະກິດໃຫ້ໄດ້ຕາມຄາດຫມາຍ. ສ່ວນວຽກງານຈຸດສຸມທີສາມແມ່ນເພີ່ມທະວີການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ ເພື່ອຮັບປະ ກັນໃຫ້ການເຕີບໂຕ ແລະ ສະຖຽນລະພາບດ້ານເສດຖະກິດບັນລຸຄາດຫມາຍທີ່ວາງອອກ.

ecom

Leave a comment